ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າ​ຮ່ວມ​ເວທີ​ປາ​ໄສ Global Gateway

     ໜັງສືພິມ​ກອງທັບ​ຫວຽດນາມ ລາຍ​ງານ​ໃນອາທິດຜ່ານມາ, ທ່ານ ເຈິ່ນ ​ຮົ່ງ​ຮ່າ ຮອງ​ນາຍົກລັດຖະມົນຕີໄດ້​ນຳ​ໜ້າ​ຄະນະ​ຜູ້​
ແທນ​ຫວຽດນາມ ເຂົ້າຮ່ວມ ເວທີປາໄສປະຕູທົ່ວໂລກຕາມ ຄຳເຊີນຂອງ​ທ່ານ​ນາງ ເອີ​ຊູ​ລາ ວອນ​ເດີ ເລ​ເຢັນ ປະທານ​ຄະນະ​ກຳ
ມະການ​ເອີ​ລົບ (EC), (Forum Global Gateway) ໂດຍ​ສະຫະພາບ​ເອີ​ຣົບ (EU) ຈັດ​ຕັ້ງ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 25-26
ຕຸລາ 2023 ຢູ່​ປະເທດ​ແບນ​ຊິກ.

     ຫົວຂໍ້​ກອງ​ປະຊຸມ​ປີ​ນີ້​ແມ່ນ “ຮ່ວມ​ກັນ​ສ້າງ​ຄວາມ​ເຂັ້ມແຂງ​ຜ່ານ​ການ​ລົງທຶນ​ແບບ​ຍືນ​ຍົງ”, ໂດຍ​ວາງ​ເປົ້າ ​ໝາຍ​ເພີ່ມ​ທະວີ​ການ
​ສົມທົບ​ກັນ​ລະຫວ່າງ​ບັນດາ​ປະເທດ, ອົງ​ການຈັດຕັ້ງ​ສາກົນ ແລະ ພາກ​ເອກະ​ຊົນ​ເພື່ອ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ ແລະ ລະດົມ
​ແຫຼ່ງ​ກຳລັງ, ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ພັດທະນາ​ຊັບພະຍາກອນ​ມະນຸດ, ລະບົບ​ສາທາລະ
ນະ​ສຸກ ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ໃນ 2 ວັນ​ຂອງ​ກອງ​ປະຊຸມ, ບັນດາ​ການ​ນຳ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່ມ, ມາດ
​ຕະການ​ເພື່ອ​ແນໃສ່​ເພີ່ມ​ທະວີ​ການ​ລົງທຶນ​ໃນ 6 ຂົງເຂດ​ບຸລິມະສິດ ຄື: ການ​ຫັນປ່ຽນ​ພະລັງງານ​ສີຂຽວ ແລະ ໄຮ​ໂດຣ​ສີຂຽວ, ການ
​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ສະຫຼາດ, ການ​ເຊື່ອມ​ຕໍ່​ດີ​ຈີ​ຕອນ, ວັດຖຸ​ດິບ​ທີ່​ຈຳເປັນ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ດ້ານ​ສາ
ທາລະນະ​ສຸກ, ການ​ສຶກ​ສາ ແລະ ກໍ່ສ້າງ. ກ່າວ​ຄຳ​ເຫັນ​ໃນ​ເວລາ​ປຶກສາ​ຫາລື​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຫັນປ່ຽນ​ພະລັງງານ​ສີຂຽວ ແລະ ໄຮ​
ໂດຣ ສີຂຽວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈິ່ນ​ຮົ່ງ​ຮ່າ ຕີ​ລາຄາ​ວ່າ: ຍຸດ​ທະ​ສາດ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຜັນ​ຂະ
ຫຍາຍຕົວ​ຈິງ, ສະເໜີ​ຫຼາຍ​ມາດ​ຕະການ​ລະອຽດ ແລະ ເຕັກນິກ. ຫວຽດນາມ, ເປັນ 1 ໃນ 4 ປະເທດ​ທີ່​ໄດ້​ສ້າງຕັ້ງ​ການ​ພົວພັນ​ຄູ່​
ຮ່ວມ​ມື​ດ້ານ​ການ​ຫັນປ່ຽນ​ພະລັງງານ​ຢ່າງ​ສະເໝີພາບ​ກັບ​ບັນດາ​ປະເທດ​ພັດທະນາ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ປະເທດ​ຕ່າງໆ ​ເພື່ອ
​ພ້ອມ​ກັນ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຜ່ານ​ການ​ແບ່ງປັນ​ຄວາມ​ສາມາດ​ບົ່ມ​ຊ້ອນ ແລະ ທ່າແຮງ​ຂອງ​ຕົນ.

     ທ່ານ​ ຮອງ​ນາຍົກລັດຖະມົນຕີ ຍັງ​ສະເໜີ​ໃຫ້​ບັນດາ​ປະເທດ​ພັດທະນາ ແລະ ພາກ​ເອກະ​ຊົນ ເພີ່ມ​ທະວີ​ການ​ສະໜອງ​ເຕັກ​ໂນ​ໂລ​
ຊີ, ການ​ເງິນ​ສີຂຽວ, ໜູນ​ຊ່ວຍ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ບົດຮຽນ ແລະ​ ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ ເພື່ອ​ໃຫ້​ທົ່ວ​ໂລກ​ບັນລຸ​ເປົ້າ
​ໝາຍ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງ​ຕ່ຳ​ສຸດ​ໃນ​ປີ 2050.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/11/2023